Wanmai Policy
1. ຂໍ້ກຳນົດທາງດ້ານຂໍ້ມູນຜູ້ໃຊ້
* ຂໍ້ມູນທີ່ພວກເຮົາເກັບໄວ້:
- ເມື່ອຜູ້ໃຊ້ລົງທະບຽນເພື່ອເຂົ້າໃຊ້ງານລະບົບພວກເຮົາໄດ້ເກັບຂໍ້ມູນຂອງຜູ້ໃຊ້ເຫຼົ່ານີ້: ຊື່ແທ້, ນາມສະກຸນ, ເບີໂທ ແລະ ລະຫັດຜ່ານ.
- ເມື່ອຜູ້ໃຊ້ເຂົ້າໃຊ້ງານລະບົບ ຈະສາມາດດຶງຂໍ້ມູນຜູ້ໃຊ້ເຫຼົ່ານີ້ມາໃຊ້ງານໄດ້: ຊື່ແທ້, ນາມສະກຸນ, ເບີໂທ ແລະ ລະຫັດຜ່ານ.
* ວິທີການໃນການເກັບຂໍ້ມູນ:
- ຜູ້ໃຊ້ລົງທະບຽນຜ່ານແບບຟອມເອກະສານ offline.
- ຜູ້ໃຊ້ລົງທະບຽນຜ່ານການຕິດຕໍ່ online ຜ່ານຊ່ອງທາງ facebook, whatsapp.
2. ຂໍ້ກຳນົດຂໍ້ມູນຮ້ານ, ສິນຄ້າ ແລະ ພັດສະດຸ
* ຂໍ້ມູນທີ່ພວກເຮົາເກັບໄວ້:
- ຂໍ້ມູນຮ້ານຄ້າປະກອບໄປດ້ວຍ: ຊື່ຮ້ານ, ເບີໂທ, ທີ່ຢູ່ ແລະ ລາຍລະອຽດຮ້ານຄ້າ.
- ຂໍ້ມູນສິນຄ້າປະກອບໄປດ້ວຍ: ຮູບສິນຄ້າ, ຊື່, ລະຫັດສິນຄ້າ, ຈຳນວນ, ລາຄາ, ຍອດຂາຍ ແລະ ລາຍລະອຽດສິນຄ້າ.
- ຂໍ້ມູນພັດສະດຸປະກອບໄປດ້ວຍ: ຂໍ້ມູນສິນຄ້າ, ຊື່ລູກຄ້າ, ເບີໂທລູກຄ້າ, ທີ່ຢູ່ປາຍທາງ, ຮູບແບບການຈ່າຍເງິນ, ຂົນສົ່ງ, ຄ່າບໍລິການ, ຊ່ອງທາງການຕິດຕໍ່ ແລະ ຂໍ້ມູນເພິ່ມເຕີມ.
* ວິທີການໃນການເກັບຂໍ້ມູນ:
- ເກັບຂໍ້ມູນດ້ວຍການສ້າງຂໍ້ມູນຮ້ານຄ້າຜ່ານບໍລິການຈັດການຂໍ້ມູນຮ້ານຄ້າ.
- ເກັບຂໍ້ມູນດ້ວຍການສ້າງຂໍ້ມູນສິນຄ້າຜ່ານບໍລິການຈັດການຂໍ້ມູນສິນຄ້າ.
- ເກັບຂໍ້ມູນດ້ວຍການສ້າງຂໍ້ມູນພັດສະດຸຜ່ານບໍລິການຈັດການຂໍ້ມູນພັດສະດຸ.
3. ການລົງທະບຽນສະມາຊິກ
* ຂໍ້ມູນທີ່ພວກເຮົາເກັບໄວ້:
- ເມື່ອຜູ້ໃຊ້ລົງທະບຽນໂປຣແກຣມສະມາຊິກຈະມີການເກັບຂໍ້ມູນ: ຈຳນວນຮ້ານ, ສິນຄ້າ, ພະນັກງານ, ວັນ ແລະ ເວລາທີ່ກຳນົດທັງເລີ່ມຕົ້ນ ແລະ ໜົດອາຍຸຂອງໂປຣແກຣມ.
* ວິທີການໃນການເກັບຂໍ້ມູນ:
- ທາງເລືອກທີ 1 ທາງແອັດມິນຈະເປັນຄົນດຳເນີນການລົງທະບຽນໃຫ້ຜູ້ໃຊ້ຕາມທີ່ລູກຄ້າໄດ້ຮອງຂໍເຂົ້າມາ.
- ທາງເລືອກທີ 2 ລູກຄ້າສາມາດເລືອກໃຊ້ ຮູບແບບໂປຣແກຣມໄດ້ເອງຜ່ານທາງແອັບພິເຄຊັນ ໃນກໍລະນີທີ່ລູກຄ້າໄດ້ມີຂໍ້ມູນ ຊື່ຜູ້ໃຊ້ ແລະ ລະຫັດຜ່ານເປັນທີ່ຮຽບຮ້ອຍແລ້ວ.
- ທາງແອັດມິນຈະສາມາດປັບແກ້ຂໍ້ມູນບາງສ່ວນເຊັ່ນ: ຈຳນວນຮ້ານ, ສິນຄ້າ, ພະນັກງານ, ວັນ ແລະ ເວລາ ລວມໄປເຖິງລາຄາລວມໃນກໍລະນີທີ່ມີການຕົກລົງກັນພິເສດນອກເໜືອຈາກໂປຣແກຣມ ທີ່ໄດ້ກຳນົດໄວ້ ຫຼື ໃນກໍລະນີຜິດຜາດທັງໝົດທີ່ອາດຈະເກີດຂຶ້ນ.
4. ການຈ່າຍເງິນ ແລະ ຄ່າບໍລິການ
- ລູກຄ້າສາມາດຈ່າຍຄ່າບໍລິການສະມາຊິກໄດ້ຜ່ານທາງເງິນສົດ ຫຼື ONEPAY (BCEL ONE APP).
- ເມື່ອມີການຈ່າຍເງິນໃນການລົງທະບຽນໂປຣແກຣມແລ້ວຈະບໍ່ມີການຄືນເງິນພາຍຫຼັງໃນທຸກກໍລະນີ.
5. ການເອົາຂໍ້ມູນໄປໃຊ້ ແລະ ຮັກສາຄວາມລັບ
- ທາງບໍລິສັດ ຫຼື ນິຕິບຸກຄົນແມ່ນບໍ່ມີສິດໃນການເຜີຍແຜ່ ຫຼື ເປີດເຜີຍຂໍ້ມູນສ່ວນຕົວຂອງຜູ້ໃຊ້ທັງໝົດ ລວມໄປເຖິງຂໍ້ມູນຮ້ານ, ສິນຄ້າ, ພັດສະດຸ ແລະ ພະນັກງານທີ່ຖືກສ້າງຂຶ້ນມາ ນອກເໜືອຈາກຂໍ້ມູນທີ່ມີການຍິນຍອມຈາກທາງລູກຄ້າໄດ້ອະນຸຍາດໃຫ້.
- ຂໍ້ມູນຂອງລູກຄ້າຈະຖືກເກັບເປັນຄວາມລັບທີ່ສຸດ ແລະ ຈະສາມາດເຂົ້າເຖິງໄດ້ກໍຕໍ່ເມື່ອໄດ້ຮັບສິດໃນການເຂົ້າເຖິງໃນກໍລະນີພິເສດ ຫຼື ຈຳເປັນເທົ່ານັ້ນເທົ່ານັ້ນ.
- ທາງບໍລິສັດ ຫຼື ນິຕິບຸກຄົນແມ່ນສາມາດກວດສອບ, ເຂົ້າເຖິງ, ປ່ຽນແປງຂໍ້ມູນທັງໝົດຂອງລູກຄ້າໃນກໍລະນີຄວາມປອດໄພ, ຄວາມບໍ່ຖືກຕ້ອງ ຫຼື ບໍ່ສົມເຫດສົມຜົນຈາກການປະເມີນຂອງທາງທີມງານ ເພື່ອຄວາມຖືກຕ້ອງ ແລະ ເປັນທຳທີ່ສຸດແກ່ທັງສອງຝາຍ.
- ທາງບໍລິສັດ ຫຼື ນິຕິບຸກຄົນແມ່ນມີສິດ ແລະ ສາມາດເຂົ້າເຖິງ/ນຳໃຊ້ຂໍ້ມູນສະຖິຕິທັງໝົດຂອງການດຳເນີນງານຂອງທາງລູກຄ້າເພື່ອການປະເມີນ, ສິຖິຕິ, ການຕະຫຼາດ ແລະ ອື່ນໆທີ່ກ່ຽວຂ້ອງ.