ການຕິດໂຄສະນາພາຍໃນແອັບໝາຍເຖິງຫຍັງ ?
ເມື່ອເຮົາສັງເກດ Application ຟຣີຕ່າງໆທີ່ເຮົາໃຊ້ໃນຊີວິດປະຈຳວັນ
ລວມທັງເກມຟຣີບາງເກມທີ່ບໍ່ໄດ້ມີການຂາຍ items ພາຍໃນເກມ. ຕົວຂອງແອັບ ຫຼື ເກມເຫຼົ່ານີ້ຈະມີການຕິດໂຄສະນາພາຍໃນ
ເຊິ່ງເຮົາເອີ້ນວ່າ Ads (Advertise ຫຼື ໂຄສະນາພາຍໃນແອັບ).
Ads ຈະປະກອບມີທັງໝົດ 6 ປະເພດ ນັ້ນກໍຄື:
1) Banner Ads: ການເຮັດວຽກຂອງໂຄສະນາປະເພດນີ້ ແມ່ນຈະສະແດງພຽງແຕ່ຮູບ ຫຼື ຕົວໜັງສືເທົ່ານັ້ນ ເພື່ອລໍຖ້າໃຫ້ຜູ້ທີ່ສົນໃຈກົດເຂົ້າໄປເບິ່ງ.
2) Native Ads: Native Ads ຈະມີຄວາມຄ້າຍຄືກັນກັບ Banner Ads ແຕ່ວ່າການຈັດວາງພື້ນທີ່ໂຄສະນາແມ່ນຈະສອດແຊກວາງໄວ້ໃນສ່ວນຂອງ content ພາຍໃນແອັບເຊັ່ນ List Item View ເຫຼົ່ານີ້ເປັນຕົ້ນ ເຮັດໃຫ້ມີຄວາມກົມກືນ ແລະ ບໍ່ສ້າງຄວາມໜ້າລຳຄານແກ່ຜູ້ໃຊ້ງານຫຼາຍ.
3) Interstitial Ads: ໂຄສະນາປະເພດນີ້ ຈະເປັນການສະແດງຮູບ ຫຼື ວິດີໂອ ແບບເຕັມຈໍ ເມື່ອຜູ້ໃຊ້ມີການ ເປີດແອັບ, ແອັບກຳລັງໂຫຼດຂໍ້ມູນ, ກົດຜຸ່ມໃດໜຶ່ງ ຫຼື View ໃດໜຶ່ງພາຍໃນແອັບ ໂຄສະນາດັ່ງກ່າວກໍຈະສະແດງຂຶ້ນມາທັນທີ.
4) Video Ads: Video Ads ຈະບໍ່ສ້າງຄວາມລຳຄານແກ່ຜູ້ໃຊ້ຫຼາຍເທົ່າກັບ Banner ແລະ Interstitial ເຊິ່ງມັນບໍ່ຈຳເປັນຕ້ອງໃຊ້ Multitask ສຳລັງໂຄສະນາແບບນີ້. ໃນການສ້າງໂຄສະນາແບບ Video Ads ນີ້ຈະຕ້ອງໄດ້ເຮັດຕາມຂໍ້ກຳນົດຕ່າງໆເຊັ່ນ: ວິດີໂອຕ້ອງ ເບິ່ງງ່າຍ, ສ້າງສັນ, ບໍ່ເຮັດໃຫ້ໜ້າເບື່ອທັງພາບ ແລະ ສຽງ
5) Rewarded Videos Ads: ໂຄສະນາປະເພດນີ້ ສ່ວນຫຼາຍແມ່ນຈະເຫັນຢູ່ໃນເກມຕ່າງ ທີ່ມີການແຈກ ເງິນ ຫຼື ເພັດ ພາຍໃນເກມໃຫ້ແກ່ຜູ້ຫຼິ້ນທີ່ບໍ່ຕ້ອງການທີ່ຈະເຕີມເງິນແທ້ເຂົ້າໄປ ໂຕເກມກໍຈະມີທາງເລືອກດ້ວຍການມີ Ads ທີ່ຜູ້ຫຼິ້ນສາມາດເບິ່ງວິດີໂອເພື່ອຮັບລາງວັນຕ່າງໆໄດ້.
6) Rich Media Ads: ຈະເປັນການໂຄສະນາອີກຮູບແບບໜຶ່ງທີ່ຜູ້ໃຊ້ສາມາດ ຕອບໂຕ້ກັບຜູ້ໃຊ້ງານໄດ້. ໂຄສະນາປະເພດນີ້ຈະປະກອບດ້ວຍ ສຽງ, ວິດີໂອ, ຕົວໜັງສື, ຮູບພາບ ຫຼື ມິນິເກມ ກໍໄດ້.
ແລ້ວຈະມີລາຍຮັບໄດ້ແນວໃດ ?
ຈຳນວນຄົນດາວໂຫຼດແອັບບໍ່ສາມາດສະແດງເຖິງລາຍຮັບທັງໝົດຂອງແອັບໄດ້. ມີພຽງແຕ່ຈຳນວນ Active users ແລະ ຈຳນວນເວລາທີ່ໃຊ້ ໃນແອັບທີ່ມີຜົນຕໍ່ການຄຳນວນລາຍຮັບທີ່ໄດ້ຫຼາຍທີ່ສຸດ.
ສົມມຸດເຮົາມີຈຳນວນ Active users ໃນແຕ່ລະມື້ທີ່ໃຊ້ແອັບເຮົາຢູ່ຈຳນວນ 10,000 ຄົນ. ຖືວ່າເປັນຈຳນວນທີ່ຫຼາຍສົມຄວນໃນການສ້າງລາຍຮັບຂອງແອັບ. ໃນຈຳນວນຜູ້ໃຊ້ດັ່ງກ່າວຕ້ອງມີຈຳນວນເວລາໃຊ້ງານແອັບຢ່າງໜ້ອຍ 2 ນາທີ-ຕໍ່ຄົນ-ຕໍ່ມື້.
Advertising Networks ສ່ວນຫຼາຍແມ່ນຂື້ນກັບ Cost per Click (CPC) ຫຼື ຈຳນວນເງິນທີ່ຈະໄດ້ຕໍ່ການກົດໂຄສະນາ 1 ຄັ້ງຂອງຜູ້ໃຊ້ນັ້ນເອງ. ດັ່ງນັ້ນເມື່ອໃດກໍຕາມທີ່ຜູ້ໃຊ້ກົດທີ່ໂຄສະນາພາຍໃນແອັບຂອງເຮົາ ຈຳນວນເງິນ $0.1- $0.3 ຈະຖືກເພີ່ມເຂົ້າໄປໃນບັນຊີຂອງເຮົາທັນທີ. ເປີເຊັນໃນການກົດໂຄສະນາ Click through Ratio (CTR) ຈະຢູ່ທີ່ປະມານ 1.5 - 2 %. ລາຍຮັບສະເລ່ຍຕໍ່ການກົດໜຶ່ງຄັ້ງ Revenue per click (RPM) ຈະຢູ່ທີ່ປະມານ $0.10 ສຳລັບໂຄສະນາປະເພດ Banner (ໂຄສະນາແຕ່ລະປະເພດຈະມີ RPM ແຕກຕ່າງກັນອອກໄປ). ໂຄສະນາປະເພດ Banner ຈະໃຫ້ RPM ຕ່ຳທີ່ສຸດ, Interstitial ads ຈະໃຫ້ RPM ຢູ່ປະມານ $1 - $3 ສ່ວນ Video Ads ແມ່ນປະມານ $5 - $10.
Banner Ads ຈະມີການ refresh ໂຄສະນາເອງທຸກໆ 30 ວິນາທີ. ໝາຍຄວາມວ່າທຸກໆ 30 ວິນາທີ ຈະມີໂຄສະນາໃໝ່ຂື້ນມາສະແດງຕະຫຼອດ.
ສູດຄຳນວນລາຍໄດ້:
ຈຳນວນ Ads ສະແດງຕໍ່ມື່ = ຈຳນວນ Active users * ຈຳນວນເວລາ users ໃຊ້ແອັບ * ຈຳນວນ Ads ຕໍ່ນາທີ
=> 10,000 * 2 * 2 = 40,000 Banner Ads
ຈຳນວນກົດ Ads ສະເລ່ຍ = ຈຳນວນ Ads ສະແດງຕໍ່ມື່ * ເປີເຊັນໃນການກົດໂຄສະນາ
=> 40,000 * (1.5/100) = 600 ເທື່ອກົດ.
ລາຍຮັບຈາກ Ads = ຈຳນວນກົດ * ລາຍຮັບສະເລ່ຍຕໍ່ການກົດໜຶ່ງຄັ້ງ
=> 600 * 0.10 = $60
ສະຫຼຸບ:
ຈາກການຄຳນວນເຮົາສາມາດສ້າງລາຍຮັບໄດ້ປະມານ $60 ຕໍ່ມື້ ຈາກການຕິດໂຄສະນາແບບ Banner Ads ພຽງຢ່າງດຽວ. ລາຍໄດ້ຈະມີຄວາມແຕກຕ່າງ ແລະ ສູງຕ່ຳ ແມ່ນຂຶ້ນກັບຜູ້ໃຊ້ໃນແຕ່ລະປະເທດ. ປົກກະຕິແລ້ວຜູ້ໃຊ້ຈາກກຸ່ມປະເທດ UK, US, Canada ແລະ Australia ຈະເຮັດໃຫ້ໄດ້ລາຍຮັບສູງ.
ຂໍ້ມູນຈາກ:
1) www.quora.com
3) medium.com






No comments:
Post a Comment