Friday, March 3, 2023


Wanmai Policy


1. ຂໍ້ກຳນົດທາງດ້ານຂໍ້ມູນຜູ້ໃຊ້

* ຂໍ້ມູນທີ່ພວກເຮົາເກັບໄວ້:

- ເມື່ອຜູ້ໃຊ້ລົງທະບຽນເພື່ອເຂົ້າໃຊ້ງານລະບົບພວກເຮົາໄດ້ເກັບຂໍ້ມູນຂອງຜູ້ໃຊ້ເຫຼົ່ານີ້: ຊື່ແທ້, ນາມສະກຸນ, ເບີໂທ ແລະ ລະຫັດຜ່ານ.

- ເມື່ອຜູ້ໃຊ້ເຂົ້າໃຊ້ງານລະບົບ ຈະສາມາດດຶງຂໍ້ມູນຜູ້ໃຊ້ເຫຼົ່ານີ້ມາໃຊ້ງານໄດ້: ຊື່ແທ້, ນາມສະກຸນ, ເບີໂທ ແລະ ລະຫັດຜ່ານ.

* ວິທີການໃນການເກັບຂໍ້ມູນ:

- ຜູ້ໃຊ້ລົງທະບຽນຜ່ານແບບຟອມເອກະສານ offline.

- ຜູ້ໃຊ້ລົງທະບຽນຜ່ານການຕິດຕໍ່ online ຜ່ານຊ່ອງທາງ facebook, whatsapp.


2. ຂໍ້ກຳນົດຂໍ້ມູນຮ້ານ, ສິນຄ້າ ແລະ ພັດສະດຸ

* ຂໍ້ມູນທີ່ພວກເຮົາເກັບໄວ້:

- ຂໍ້ມູນຮ້ານຄ້າປະກອບໄປດ້ວຍ: ຊື່ຮ້ານ, ເບີໂທ, ທີ່ຢູ່ ແລະ ລາຍລະອຽດຮ້ານຄ້າ.

- ຂໍ້ມູນສິນຄ້າປະກອບໄປດ້ວຍ: ຮູບສິນຄ້າ, ຊື່, ລະຫັດສິນຄ້າ, ຈຳນວນ, ລາຄາ, ຍອດຂາຍ ແລະ ລາຍລະອຽດສິນຄ້າ.

- ຂໍ້ມູນພັດສະດຸປະກອບໄປດ້ວຍ: ຂໍ້ມູນສິນຄ້າ, ຊື່ລູກຄ້າ, ເບີໂທລູກຄ້າ, ທີ່ຢູ່ປາຍທາງ, ຮູບແບບການຈ່າຍເງິນ, ຂົນສົ່ງ, ຄ່າບໍລິການ, ຊ່ອງທາງການຕິດຕໍ່ ແລະ ຂໍ້ມູນເພິ່ມເຕີມ.

* ວິທີການໃນການເກັບຂໍ້ມູນ:

- ເກັບຂໍ້ມູນດ້ວຍການສ້າງຂໍ້ມູນຮ້ານຄ້າຜ່ານບໍລິການຈັດການຂໍ້ມູນຮ້ານຄ້າ.

- ເກັບຂໍ້ມູນດ້ວຍການສ້າງຂໍ້ມູນສິນຄ້າຜ່ານບໍລິການຈັດການຂໍ້ມູນສິນຄ້າ.

- ເກັບຂໍ້ມູນດ້ວຍການສ້າງຂໍ້ມູນພັດສະດຸຜ່ານບໍລິການຈັດການຂໍ້ມູນພັດສະດຸ.


3. ການລົງທະບຽນສະມາຊິກ

* ຂໍ້ມູນທີ່ພວກເຮົາເກັບໄວ້:

- ເມື່ອຜູ້ໃຊ້ລົງທະບຽນໂປຣແກຣມສະມາຊິກຈະມີການເກັບຂໍ້ມູນ: ຈຳນວນຮ້ານ, ສິນຄ້າ, ພະນັກງານ, ວັນ ແລະ ເວລາທີ່ກຳນົດທັງເລີ່ມຕົ້ນ ແລະ ໜົດອາຍຸຂອງໂປຣແກຣມ.

* ວິທີການໃນການເກັບຂໍ້ມູນ:

- ທາງເລືອກທີ 1 ທາງແອັດມິນຈະເປັນຄົນດຳເນີນການລົງທະບຽນໃຫ້ຜູ້ໃຊ້ຕາມທີ່ລູກຄ້າໄດ້ຮອງຂໍເຂົ້າມາ.

- ທາງເລືອກທີ 2 ລູກຄ້າສາມາດເລືອກໃຊ້ ຮູບແບບໂປຣແກຣມໄດ້ເອງຜ່ານທາງແອັບພິເຄຊັນ ໃນກໍລະນີທີ່ລູກຄ້າໄດ້ມີຂໍ້ມູນ ຊື່ຜູ້ໃຊ້ ແລະ ລະຫັດຜ່ານເປັນທີ່ຮຽບຮ້ອຍແລ້ວ.

- ທາງແອັດມິນຈະສາມາດປັບແກ້ຂໍ້ມູນບາງສ່ວນເຊັ່ນ: ຈຳນວນຮ້ານ, ສິນຄ້າ, ພະນັກງານ, ວັນ ແລະ ເວລາ ລວມໄປເຖິງລາຄາລວມໃນກໍລະນີທີ່ມີການຕົກລົງກັນພິເສດນອກເໜືອຈາກໂປຣແກຣມ ທີ່ໄດ້ກຳນົດໄວ້ ຫຼື ໃນກໍລະນີຜິດຜາດທັງໝົດທີ່ອາດຈະເກີດຂຶ້ນ.


4. ການຈ່າຍເງິນ ແລະ ຄ່າບໍລິການ

- ລູກຄ້າສາມາດຈ່າຍຄ່າບໍລິການສະມາຊິກໄດ້ຜ່ານທາງເງິນສົດ ຫຼື ONEPAY (BCEL ONE APP).

- ເມື່ອມີການຈ່າຍເງິນໃນການລົງທະບຽນໂປຣແກຣມແລ້ວຈະບໍ່ມີການຄືນເງິນພາຍຫຼັງໃນທຸກກໍລະນີ.


5. ການເອົາຂໍ້ມູນໄປໃຊ້ ແລະ ຮັກສາຄວາມລັບ

- ທາງບໍລິສັດ ຫຼື ນິຕິບຸກຄົນແມ່ນບໍ່ມີສິດໃນການເຜີຍແຜ່ ຫຼື ເປີດເຜີຍຂໍ້ມູນສ່ວນຕົວຂອງຜູ້ໃຊ້ທັງໝົດ ລວມໄປເຖິງຂໍ້ມູນຮ້ານ, ສິນຄ້າ, ພັດສະດຸ ແລະ ພະນັກງານທີ່ຖືກສ້າງຂຶ້ນມາ ນອກເໜືອຈາກຂໍ້ມູນທີ່ມີການຍິນຍອມຈາກທາງລູກຄ້າໄດ້ອະນຸຍາດໃຫ້.

- ຂໍ້ມູນຂອງລູກຄ້າຈະຖືກເກັບເປັນຄວາມລັບທີ່ສຸດ ແລະ ຈະສາມາດເຂົ້າເຖິງໄດ້ກໍຕໍ່ເມື່ອໄດ້ຮັບສິດໃນການເຂົ້າເຖິງໃນກໍລະນີພິເສດ ຫຼື ຈຳເປັນເທົ່ານັ້ນເທົ່ານັ້ນ.

- ທາງບໍລິສັດ ຫຼື ນິຕິບຸກຄົນແມ່ນສາມາດກວດສອບ, ເຂົ້າເຖິງ, ປ່ຽນແປງຂໍ້ມູນທັງໝົດຂອງລູກຄ້າໃນກໍລະນີຄວາມປອດໄພ, ຄວາມບໍ່ຖືກຕ້ອງ ຫຼື ບໍ່ສົມເຫດສົມຜົນຈາກການປະເມີນຂອງທາງທີມງານ ເພື່ອຄວາມຖືກຕ້ອງ ແລະ ເປັນທຳທີ່ສຸດແກ່ທັງສອງຝາຍ.

- ທາງບໍລິສັດ ຫຼື ນິຕິບຸກຄົນແມ່ນມີສິດ ແລະ ສາມາດເຂົ້າເຖິງ/ນຳໃຊ້ຂໍ້ມູນສະຖິຕິທັງໝົດຂອງການດຳເນີນງານຂອງທາງລູກຄ້າເພື່ອການປະເມີນ, ສິຖິຕິ, ການຕະຫຼາດ ແລະ ອື່ນໆທີ່ກ່ຽວຂ້ອງ.


Monday, December 16, 2019

ວິທີແກ້ປັນຫາ "ບໍ່ສາມາດໃຊ້ງານ AVD ໃນຄອມທີ່ມີ CPU ເປັນ AMD Ryzen"

 




ວິທີແກ້ປັນຫາ "ບໍ່ສາມາດໃຊ້ງານ AVD ໃນຄອມທີ່ມີ CPU ເປັນ AMD Ryzen"


ສະບາຍດີ ນັກພັດທະນາໝົດທຸກຄົນ ມື້ນີ້ Admin ມີຄວາມຮູ້ດີໆມາແບ່ງປັນກັນ. ສຳລັບຜູ້ທີ່ມີ່ຄອມພິວເຕີທີ່ມີ CPU ເປັນ AMD Ryzen ນັ້ນຈະປະສົບບັນຫາ "ບໍ່ສາມາດໃຊ້ງານ Android Emulator ໄດ້" ເຊິ່ງຈະມີ Alert ດັ່ງນີ້:



    ແລະ ເມື່ອເຮົາທຳການ ກົດປຸ່ມ start emulator ແລ້ວຈະມີ troubleshoot ດັ່ງນີ້:


  • ວິທີ່ການແກ້ໄຂບັນຫາມີດັ່ງນີ້: 
  1. ກວດເບິ່ງ CPU ຂອງທີ່ໃຫ້ແນ່ໃຈວ່າ ເປັນ AMD Ryzen.   


     2. ເອັບເດດ Android studio ໃຫ້ເປັນ version 3.2 Beta ຂຶ້ນໄປ.


   3. ໃນຕອນສ້າງ AVD ຕ້ອງໃຫ້ແນ່ໃຈວ່າ ເລືອກ android system image ໃຫ້ເປັນ x86 ແລ້ວ.


   4. ກວດເຊັກເບິ່ງ Window OS ຂອງທ່ານ ໃຫ້ແນ່ໃຈວ່າເປັນ Window 10 with April 2018 Update ຫລື ໃຫມ່ກ່ອນນັ້ນ.

   5. ທຳການເປີດໃຊ້ງານ Window feature "window hypervisor platform" ໂດຍການໄປທີ່ Control panel => Windows Features ຫຼັງຈາກນັ້ນໃຫ້ທຳການເປີດໃຊ້ງານດ້ວຍການ ຕິກຖືກ ແລ້ວກົດ OK ເພື່ອ Apply feature.


    ຫຼັງຈາກທີ່ເປີດໃຊ້ແລ້ວແມ່ນໃຫ້ທຳການ restart ເຄື່ອງຄອມຂອງທ່ານເພື່ອ Apply ການປ່ຽນແປງ ແລ້ວຖືວ່າສຳເລັດ ແລະ ໃຊ້ງານ Emulator ໄດ້ປົກກະຕິ 😀😀😀😀😀

Friday, March 15, 2019

ສ້າງແອັບໃຫ້ຄົນໃຊ້ຟຣີ ຈະສາມາດສ້າງລາຍຮັບໄດ້ແນວໃດ ?

ການເປັນ ນັກພັດທະນາແອັບ ສາມາດຫາເງິນໄດ້ຈາກຫຼາຍຊ່ອງທາງຢ່າງເຊັ່ນວ່າ: ພະນັກງານເງິນເດືອນ, freelance ແລະ ອື່ນໆອີກແຕ່ສິ່ງທີ່ແອັດມິນຈະມານຳສະເໜິໃນມື້ນີ້ກໍຄື ການຕິດໂຄສະນາພາຍໃນແອັບ (in app advertising).

ການຕິດໂຄສະນາພາຍໃນແອັບໝາຍເຖິງຫຍັງ ?

ເມື່ອເຮົາສັງເກດ Application ຟຣີຕ່າງໆທີ່ເຮົາໃຊ້ໃນຊີວິດປະຈຳວັນ ລວມທັງເກມຟຣີບາງເກມທີ່ບໍ່ໄດ້ມີການຂາຍ items ພາຍໃນເກມ. ຕົວຂອງແອັບ ຫຼື ເກມເຫຼົ່ານີ້ຈະມີການຕິດໂຄສະນາພາຍໃນ ເຊິ່ງເຮົາເອີ້ນວ່າ Ads (Advertise ຫຼື ໂຄສະນາພາຍໃນແອັບ).

Ads ຈະປະກອບມີທັງໝົດ 6 ປະເພດ ນັ້ນກໍຄື:

1) Banner Ads: ການເຮັດວຽກຂອງໂຄສະນາປະເພດນີ້ ແມ່ນຈະສະແດງພຽງແຕ່ຮູບ ຫຼື ຕົວໜັງສືເທົ່ານັ້ນ ເພື່ອລໍຖ້າໃຫ້ຜູ້ທີ່ສົນໃຈກົດເຂົ້າໄປເບິ່ງ.



2) Native Ads: Native Ads ຈະມີຄວາມຄ້າຍຄືກັນກັບ Banner Ads ແຕ່ວ່າການຈັດວາງພື້ນທີ່ໂຄສະນາແມ່ນຈະສອດແຊກວາງໄວ້ໃນສ່ວນຂອງ content ພາຍໃນແອັບເຊັ່ນ List Item View ເຫຼົ່ານີ້ເປັນຕົ້ນ ເຮັດໃຫ້ມີຄວາມກົມກືນ ແລະ ບໍ່ສ້າງຄວາມໜ້າລຳຄານແກ່ຜູ້ໃຊ້ງານຫຼາຍ.

3) Interstitial Ads: ໂຄສະນາປະເພດນີ້ ຈະເປັນການສະແດງຮູບ ຫຼື ວິດີໂອ ແບບເຕັມຈໍ ເມື່ອຜູ້ໃຊ້ມີການ ເປີດແອັບ, ແອັບກຳລັງໂຫຼດຂໍ້ມູນ, ກົດຜຸ່ມໃດໜຶ່ງ ຫຼື View ໃດໜຶ່ງພາຍໃນແອັບ ໂຄສະນາດັ່ງກ່າວກໍຈະສະແດງຂຶ້ນມາທັນທີ.


4) Video AdsVideo Ads ຈະບໍ່ສ້າງຄວາມລຳຄານແກ່ຜູ້ໃຊ້ຫຼາຍເທົ່າກັບ Banner ແລະ Interstitial ເຊິ່ງມັນບໍ່ຈຳເປັນຕ້ອງໃຊ້ Multitask ສຳລັງໂຄສະນາແບບນີ້. ໃນການສ້າງໂຄສະນາແບບ Video Ads ນີ້ຈະຕ້ອງໄດ້ເຮັດຕາມຂໍ້ກຳນົດຕ່າງໆເຊັ່ນ: ວິດີໂອຕ້ອງ ເບິ່ງງ່າຍ, ສ້າງສັນ, ບໍ່ເຮັດໃຫ້ໜ້າເບື່ອທັງພາບ ແລະ ສຽງ


5) Rewarded Videos Adsໂຄສະນາປະເພດນີ້ ສ່ວນຫຼາຍແມ່ນຈະເຫັນຢູ່ໃນເກມຕ່າງ ທີ່ມີການແຈກ ເງິນ ຫຼື ເພັດ ພາຍໃນເກມໃຫ້ແກ່ຜູ້ຫຼິ້ນທີ່ບໍ່ຕ້ອງການທີ່ຈະເຕີມເງິນແທ້ເຂົ້າໄປ ໂຕເກມກໍຈະມີທາງເລືອກດ້ວຍການມີ Ads ທີ່ຜູ້ຫຼິ້ນສາມາດເບິ່ງວິດີໂອເພື່ອຮັບລາງວັນຕ່າງໆໄດ້.




6) Rich Media Ads: ຈະເປັນການໂຄສະນາອີກຮູບແບບໜຶ່ງທີ່ຜູ້ໃຊ້ສາມາດ ຕອບໂຕ້ກັບຜູ້ໃຊ້ງານໄດ້. ໂຄສະນາປະເພດນີ້ຈະປະກອບດ້ວຍ ສຽງ, ວິດີໂອ, ຕົວໜັງສື, ຮູບພາບ ຫຼື ມິນິເກມ ກໍໄດ້. 



ແລ້ວຈະມີລາຍຮັບໄດ້ແນວໃດ ?

ຈຳນວນຄົນດາວໂຫຼດແອັບບໍ່ສາມາດສະແດງເຖິງລາຍຮັບທັງໝົດຂອງແອັບໄດ້. ມີພຽງແຕ່ຈຳນວນ Active users ແລະ ຈຳນວນເວລາທີ່ໃຊ້ ໃນແອັບທີ່ມີຜົນຕໍ່ການຄຳນວນລາຍຮັບທີ່ໄດ້ຫຼາຍທີ່ສຸດ.

ສົມມຸດເຮົາມີຈຳນວນ Active users ໃນແຕ່ລະມື້ທີ່ໃຊ້ແອັບເຮົາຢູ່ຈຳນວນ 10,000 ຄົນ. ຖືວ່າເປັນຈຳນວນທີ່ຫຼາຍສົມຄວນໃນການສ້າງລາຍຮັບຂອງແອັບ. ໃນຈຳນວນຜູ້ໃຊ້ດັ່ງກ່າວຕ້ອງມີຈຳນວນເວລາໃຊ້ງານແອັບຢ່າງໜ້ອຍ 2 ນາທີ-ຕໍ່ຄົນ-ຕໍ່ມື້. 

Advertising Networks ສ່ວນຫຼາຍແມ່ນຂື້ນກັບ Cost per Click (CPC) ຫຼື ຈຳນວນເງິນທີ່ຈະໄດ້ຕໍ່ການກົດໂຄສະນາ 1 ຄັ້ງຂອງຜູ້ໃຊ້ນັ້ນເອງ. ດັ່ງນັ້ນເມື່ອໃດກໍຕາມທີ່ຜູ້ໃຊ້ກົດທີ່ໂຄສະນາພາຍໃນແອັບຂອງເຮົາ ຈຳນວນເງິນ $0.1- $0.3 ຈະຖືກເພີ່ມເຂົ້າໄປໃນບັນຊີຂອງເຮົາທັນທີ. ເປີເຊັນໃນການກົດໂຄສະນາ Click through Ratio (CTR) ຈະຢູ່ທີ່ປະມານ 1.5 - 2 %. ລາຍຮັບສະເລ່ຍຕໍ່ການກົດໜຶ່ງຄັ້ງ Revenue per click (RPM) ຈະຢູ່ທີ່ປະມານ $0.10 ສຳລັບໂຄສະນາປະເພດ Banner (ໂຄສະນາແຕ່ລະປະເພດຈະມີ RPM ແຕກຕ່າງກັນອອກໄປ). ໂຄສະນາປະເພດ Banner ຈະໃຫ້ RPM ຕ່ຳທີ່ສຸດ,  Interstitial ads ຈະໃຫ້ RPM ຢູ່ປະມານ $1 - $3 ສ່ວນ Video Ads ແມ່ນປະມານ $5 - $10.

Banner Ads ຈະມີການ refresh ໂຄສະນາເອງທຸກໆ 30 ວິນາທີ. ໝາຍຄວາມວ່າທຸກໆ 30 ວິນາທີ ຈະມີໂຄສະນາໃໝ່ຂື້ນມາສະແດງຕະຫຼອດ.

ສູດຄຳນວນລາຍໄດ້:

ຈຳນວນ Ads ສະແດງຕໍ່ມື່ = ຈຳນວນ Active users * ຈຳນວນເວລາ users ໃຊ້ແອັບ * ຈຳນວນ Ads ຕໍ່ນາທີ
=> 10,000 * 2 * 2 = 40,000 Banner Ads

ຈຳນວນກົດ Ads ສະເລ່ຍ = ຈຳນວນ Ads ສະແດງຕໍ່ມື່ * ເປີເຊັນໃນການກົດໂຄສະນາ 
=> 40,000 * (1.5/100) = 600 ເທື່ອກົດ.

ລາຍຮັບຈາກ Ads = ຈຳນວນກົດ * ລາຍຮັບສະເລ່ຍຕໍ່ການກົດໜຶ່ງຄັ້ງ
=> 600 * 0.10 = $60

ສະຫຼຸບ:

ຈາກການຄຳນວນເຮົາສາມາດສ້າງລາຍຮັບໄດ້ປະມານ $60 ຕໍ່ມື້ ຈາກການຕິດໂຄສະນາແບບ Banner Ads ພຽງຢ່າງດຽວ. ລາຍໄດ້ຈະມີຄວາມແຕກຕ່າງ ແລະ ສູງຕ່ຳ ແມ່ນຂຶ້ນກັບຜູ້ໃຊ້ໃນແຕ່ລະປະເທດ. ປົກກະຕິແລ້ວຜູ້ໃຊ້ຈາກກຸ່ມປະເທດ UK, US, Canada ແລະ Australia ຈະເຮັດໃຫ້ໄດ້ລາຍຮັບສູງ.


ຂໍ້ມູນຈາກ: 
1) www.quora.com
3) medium.com

Wednesday, December 12, 2018

ວິທີເຮັດ pull to refresh

step 1: import ສ່ວນທີ່ຕ້ອງການຈະໃຊ້
import { RefreshControl } from "react-native";
step 2: ສ້າງຄ່າ state ເພື່ອຮອງຮັບການປ່ຽນແປງ
this.state = {refreshing: false}
step 3: ເພີ່ມ refresh control ເຂົ້າໄປໃນ View ທີ່ຕ້ອງການ
refreshControl={
<RefreshControl
refreshing={this.state.refreshing}
onRefresh={() => this.onRefresh()}
/>
}
step 4: ສ້າງ function ທີ່ຕ້ອງການ
  async onRefresh() {
    this.setState({ refreshing: true });
      {
           ຣີໂຫລດ ແລະ this.setState({ refreshing: false});
      }
  }

Saturday, December 1, 2018

ສ້າງແອັບງ່າຍໆ ແອັບນັບເລກ ດ້ວຍ React native


 ຕົວຢ່າງ Code ຂອງແອັບ ນັບເລກ ແບບ Basic ທີ່ສຸດ:

/**
* Sample React Native App
* https://github.com/facebook/react-native
*
* @format
* @flow
*/

code ຂອງ file App.js

import React, { Component } from 'react';
import { Platform, StyleSheet, Text, View, TouchableOpacity } from 'react-native';

export default class App extends Component {
constructor(props) {
super(props);
this.state = {
number: 0
}
}
render() {
return (
<View style={styles.container}>
<Text>Number Counter</Text>
<Text style={{ fontSize: 100, fontWeight: 'bold', color: 'red' }}>{this.state.number}</Text>
<View style={{ flexDirection: 'row' }}>
<TouchableOpacity
onPress={() => this.coutUp()}
style={{
alignContent: 'center',
justifyContent: 'center',
backgroundColor: 'green',
paddingTop: 10,
paddingBottom: 10,
paddingLeft: 30,
paddingRight: 30,
borderRadius: 5,
width: 100
}}>
<Text style={{ alignSelf: 'center', color: 'white' }}>up</Text>
</TouchableOpacity>
<TouchableOpacity
onPress={() => this.coutDown()}
style={{
alignContent: 'center',
justifyContent: 'center',
backgroundColor: 'red',
paddingTop: 10,
paddingBottom: 10,
paddingLeft: 30,
paddingRight: 30,
borderRadius: 5,
width: 100
}}>
<Text style={{ alignSelf: 'center', color: 'white' }}>down</Text>
</TouchableOpacity>
</View>
</View >
);
}
coutUp() {
this.setState({ number: this.state.number + 1 });
}
coutDown() {
if (this.state.number > 0) {
this.setState({ number: this.state.number - 1 });
}

}
}

const styles = StyleSheet.create({
container: {
flex: 1,
justifyContent: 'center',
alignItems: 'center',
backgroundColor: '#F5FCFF',
},
welcome: {
fontSize: 20,
textAlign: 'center',
margin: 10,
},
instructions: {
textAlign: 'center',
color: '#333333',
marginBottom: 5,
},
});

ສົນໃຈຮຽນ ຕິດຕໍ່ SCDev

Monday, October 8, 2018

ກຽມໂຕກ່ອນຈະລົງມືຂຽນແອັບ android ດ້ວຍ React native

ບົດຄວາມນີ້ເຮົາຈະມາອະທິບາຍກ່ຽວກັບວິທີ່ການຕິດຕັ້ງເຄື່ອງມືຕ່າງໆ ໃນ Windows ສຳລັບ react native ແລະ ໂປຣແກຣມ Android Studio ໃນການສ້າງແອັບ.


  • ໂດຍເຄື່ອງມືທີ່ເຮົາຈະໃຊ້ໃນການ Setup ປະກອບໄປດ້ວຍ:
  1. ຄອມທີ່ມີລະບົບປະຕິບັດການເປັນ Windows OS
  2. Visual Studio Code
  3. Android Studio
  4. Built-in emulator in Android Studio
  5. Node Package Manager (NPM)
  6. Node.js (Version 8 or newer)
  7. React Native command line interface (React Native CLI)
  8. Java Development Kit (JDK 8 or newer)

  • ຂັ້ນຕອນໃນການຕິດຕັ້ງ:
  1. ຂັ້ນຕອນທີໜຶ່ງ: ຕິດຕັ້ງໂປຣແກຣມ Visual Studio Code
ໃຫ້ໄປທຳການ Download ແລະ ຕິດຕັ້ງໂປຣແກຣມ Visual Studio Code ເວີຊັນລ່າສຸດຈາກ Website ນີ້: https://code.visualstudio.com/


      2. ຂັ້ນຕອນທີສອງ: ຕິດຕັ້ງໂປຣແກຣມ Android Studio

          1) ໃຫ້ໄປທຳການ Download ແລະ ຕິດຕັ້ງໂປຣແກຣມ Android Studio ເວີຊັນລ່າສຸດຈາກ Website ນີ້: https://developer.android.com/studio/

           2) ໂປຣແກຣມ Android Studio ຈະຕິດຕັ້ງ Android SDK ເວີຊັນລ່າສຸດໃຫ້ອັດຕະໂນມັດ. ແຕ່ ສຳລັບ React native ແມ່ນຕ້ອງໃຊ້ Android 6.0 (Marshmallow) SDK ຫຼື ສູງກ່ວານີ້ກໍໄດ້. ແຕ່ໃນບົດຄວາມນີ້ຈະໃຊ້ເປັນ Android 7.1.1 (Nougat). ແຕ່ຖ້າຜູ້ອ່ານຢາກໃຊ້ເວີຊັນອື່ນ ກໍສາມາດໃຊ້ໄດ້ບໍ່ເປັນ ແຕ່ຫ້າມນ້ອຍກວ່າ 6,0



      # ຢ່າລືມຕິດຕັ້ງເຄື່ອງມື SDK tools ເຫຼົ່ານີ້ໃຫ້ຄົບກ່ອນ:



     ສິ່ງສຳຄັນ: ຜູ້ອ່ານຕ້ອງມີ່ Intel x86 Emulator Accelerator (HAXM installer) ເພື່ອທີ່ຈະ run emulator ໃນ Windows. ສຳລັບລາຍລະອຽດເພີ່ມຕື່ມແມ່ນເຂົ້າໄປເບິ່ງທີ່: https://github.com/intel/haxm/wiki/Installation-Instructions-on-Windows

      ອີກອັນໜຶ່ງແມ່ນ: ໃນກໍລະນີທີ່ຍັງບໍ່ສາມາດໃຊ້ AVD ໄດ້ ແມ່ນໃຫ້ເປີດໃຊ້ Intel Virtualization Technology ໂດຍເຂົ້າໄປຈັດການທີ່ Bios ໂດຍໄປທີ່: https://stackoverflow.com/questions/21635504/error-during-installing-haxm-vt-x-not-working



       ==>> ສ້າງ ANDROID_HOME : ຄລິກຂວາໃສ່ This PC ເລືອກ Properties > Advanced System Settings > Tab Advanced > Environment Variables > New (User variable) ຫຼັງຈາກນັ້ນໃຫ້ເພີ່ມຂໍ້ມູນໃຫ້ຄົບ:



       ==>> ສ້າງ JAVA_HOME : ຄລິກຂວາໃສ່ This PC ເລືອກ Properties > Advanced System Settings > Tab Advanced > Environment Variables > New (User variable) 




            3. ຂັ້ນຕອນທີສາມ: ຕິດຕັ້ງ Node

            1) ໃຫ້ໄປທຳການ Download ແລະ ຕິດຕັ້ງໂປຣແກຣມ Visual Studio Code ເວີຊັນລ່າສຸດຈາກ Website ນີ້: https://nodejs.org/en/ ໝາຍເຫດ: NPM package ຈະຕິດຕັ້ງໃຫ້ ແບບ auto ກັບ Node ເລີຍ.
            2) ເມື່ອຕິງຕັ້ງ Node ເປັນທີ່ຮຽບຮ້ອຍແລ້ວ ຕໍ່ມາແມ່ນໃຫ້ຕິດຕັ້ງ install React Native CLI ໂດຍເຂົ້າໄປທີ່: ກົດປຸມ Windows ແລ້ວພິມ cmd  ແລ້ວວາງ ຄຳສັ່ງນີ້ລົງ:

                 >>$ npm install -g react-native-cli

              4. ຂັ້ນຕອນທີສີ່: ເປີດໃຊ້ງານ embedded JDK

Android Studio ແມ່ນມາພ້ອມກັບ Feature ໜຶ່ງທີ່ເອີ້ນວ່າ embedded JDK ເຊິ່ງຕ້ອງໄດ້ເປີດໃຊ້ງານ ໂດຍໃຫ້ເປີດ Android Studio ຂື້ນມາແລ້ວໄປທີ່: File → Other Settings → Default Project Structure ໃນ Android Studio:



               



ກໍຖືວ່າເປັນການສຳເລັດການກະກຽມເຄື່ອງມືໃນການສ້າງແອັບ Android ດ້ວຍ React Native ບົດຄວາມຕໍ່ໄປຈະເປັນການ ທົດລອງສ້າງ React native projects.






Wednesday, July 11, 2018

ວິທີການ ຕິດຕັ້ງໂປຣແກຣມ Android Studio

ວິທີການ ຕິດຕັ້ງໂປຣແກຣມ Android Studio

ມີຂັ້ນຕອນດັ່ງນີ້:

Download ໂປແກຼມ Android Studio

ພິມ search ໃນ google ວ່າ Android Studio ແລ້ວເລືອກໂຕທຳອິດ



ກົດເຂົ້າໄປທີ່ ລາຍການທຳອິດທີ່ແນະນຳ ແລະ ກົດທີ່ປຸ່ມ Download Android Studio




Double click ຫຼື ຄຼິກຂວາແລ້ວເລືອກ Open ໄຟຣ Android studio ທີ່ໄດ້ Download ມາ

ແລ້ວຈະມີໜ້າຕ່າງ Installation ຂື້ນມາ ແມ່ນໃຫ້ກົດ Next


ສຳລັບໜ້າ Choose Component ແມ່ນໃນ້ປ່ອຍເປັນແບບ Default ແລ້ວ ກົດ Next


ຕໍ່ມາຈະເປັນໜ້າ ຂໍ້ຕົກລົງ ແລະ ເງື່ອນໄຂຕ່າງໆ ແມ່ນໃຫ້ຍອມຮັບ ແລະ ກົດ I Agree



ຖັດມາແມ່ນໜ້າຕ່າງການເລືອກ Folder ສຳລັບຕິດຕັ້ງ Android Studio ແລະ SDK ສາມາດປ່ຽນ ຫຼື ປ່ອນເປັນ Default ກໍໄດ້ ແລ້ວກົດ Next



ຫຼັງຈາກນັ້ນແມ່ນໃຫ້ກົດ install



ເມື່ອຕິດຕັ້ງສຳເລັດແລ້ວໃຫ້ກົດ finish



ແລ້ວກໍຈະມີ Logo ຂອງ Android Studio ສະແດງອອກມາ


ຖືວ່າເປັນອັນສຳເລັດສຳລັບ ການຕິດຕັ້ງ Android Studio   















Wanmai Policy 1. ຂໍ້ກຳນົດທາງດ້ານຂໍ້ມູນຜູ້ໃຊ້ * ຂໍ້ມູນທີ່ພວກເຮົາເກັບໄວ້: - ເມື່ອຜູ້ໃຊ້ລົງທະບຽນເພື່ອເຂົ້າໃຊ້ງານລະບົບພວກເຮົາໄດ້ເກັບຂໍ້ມູນຂອງຜູ້...